ພິທີຕ້ອນຮັບ ການລົງຢ້ຽມຢາມຂອງ ພະນະທ່ານ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຄະນະ
05/06/2025 ຫ້ອງການ EDC, ນະຄອນຫຼວງວຽງຈັນ
ທ່ານ ມາໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສະຫະກຳ ແລະ ການຄ້າ ພ້ອມດ້ວຍຄະນະ ໄດ້ຮັບການຕ້ອນຮັບຢ່າງສົມກຽດ ພ້ອມກັນນັ້ນ ຍັງມີຜູ້ຕາງໜ້າ ທັງພາກລັດ ແລະ ເອກະຊົນ ໄດ້ເຂົ້າຮ່ວມ ແລະ ແລກປ່ຽນບົດຮຽນ ຖາມ-ຕອບ ເພື່ອແກ້ໄຂບັນຫາເພື່ອກະຕຸກຊຸກຍູ້ ແລະ ສົ່ງເສີມໃຫ້ MSME ເຕີບໃຫຍ່ຂະຫຍາຍຕົວ. ໃນແຕ່ລະພາກສ່ວນ ໂດຍມີທັງທຸລະກິດຂະໜາດນ້ອຍ ແລະ ກາງ ເຂົ້າຮ່ວມໃນກອງປະຊຸມດັ່ງກ່າວ.
[video width="960" height="720" mp4="https://www.edclao.com/wp-content/uploads/2025/06/AQPrMJcjA4cYPFu4fsTD3P3vY5_C2bqU090eQI6MvpD1yvez9yYhoOpZMbOi5k5q3ujTKl2RNY0ucHzdqBqgWd91.mp4"][/video]
——————————————————
ຄິດເຖິງການຝຶກອົບຮົມແບບມືອາຊີບ, ຄິດເຖິງ...
IDEAS B11, EP25
ຝຶກອົບຮົມ: ທັກສະ ດ້ານການດຳເນີນທຸລະກິດແບບດິຈິຕອນ ໃຫ້ແກ່ຜູ້ປະກອບແມ່ຍິງອາຊຽນ
Training: E-business and Digital Skills
23-25/05/2025 ຫ້ອງການ EDC, ນະຄອນຫຼວງວຽງຈັນ
ໂຄງການ: "ເສີມສ້າງຄວາມເຂັ້ມແຂງ ໃຫ້ແກ່ຜູ້ປະກອບການ ຈ.ນ.ກ ແມ່ຍິງອາຊຽນ ກ້າວສູ່ການດຳເນີນທຸລະກິດແບບດິຈິຕອນ (ໄອເດຍສ໌)" ໂຄງການຮ່ວມມືອາຊຽນ - ສ ເກົາຫຼີ 2022-2026
ຈັດຕັ້ງປະຕິບັດໂດຍ: ບໍລິສັດທີ່ປຶກສາ ດ້ານການພັດທະນາ ແລະ ວິສາຫະກິດ ຈຳກັດ
[video width="960" height="720" mp4="https://www.edclao.com/wp-content/uploads/2025/06/AQOHlAuHMIbKVlXsJhni8HrYEV-QxFh-uCJ2zIzBC9wvQ264RaTckGvikP9LND45t7DwBmyhD8aAX42RpVLdD4ws.mp4"][/video]
——————————————————
ຄິດເຖິງການຝຶກອົບຮົມແບບມືອາຊີບ, ຄິດເຖິງ EDC
ພວກເຮົາ ຮັບຈັດຝຶກອົບຮົມຫຼາກຫຼາຍຫົວຂໍ້ ແລະ ອອກເເບບຫຼັກສູດຝຶກອົບຮົມ ໃຫ້ແທດເໝາະກັບບໍລິສັດ ຫຼື ອົງກອນຂອງທ່ານ.
#edclao #training...
IDEAS B10, EP24
ຝຶກອົບຮົມ: ທັກສະ ດ້ານການດຳເນີນທຸລະກິດແບບດິຈິຕອນ ໃຫ້ແກ່ຜູ້ປະກອບແມ່ຍິງອາຊຽນ
Training: E-business and Digital Skills
28-30/4/2025 ຫ້ອງການ EDC, ນະຄອນຫຼວງວຽງຈັນ
ໂຄງການ: "ເສີມສ້າງຄວາມເຂັ້ມແຂງ ໃຫ້ແກ່ຜູ້ປະກອບການ ຈ.ນ.ກ ແມ່ຍິງອາຊຽນ ກ້າວສູ່ການດຳເນີນທຸລະກິດແບບດິຈິຕອນ (ໄອເດຍສ໌)" ໂຄງການຮ່ວມມືອາຊຽນ - ສ ເກົາຫຼີ 2022-2026
ຈັດຕັ້ງປະຕິບັດໂດຍ: ບໍລິສັດທີ່ປຶກສາ ດ້ານການພັດທະນາ ແລະ ວິສາຫະກິດ ຈຳກັດ
[video width="848" height="480" mp4="https://www.edclao.com/wp-content/uploads/2025/06/AQOFa2dK_iFnx8N_GVNOJjQzhTRGVmHYpAF17mw4bHFLfYJ5hu26cE9HdGdmhCa-QzgucxvPG5uUL5XqUu-MM6vr.mp4"][/video]
——————————————————
ຄິດເຖິງການຝຶກອົບຮົມແບບມືອາຊີບ, ຄິດເຖິງ EDC
ພວກເຮົາ ຮັບຈັດຝຶກອົບຮົມຫຼາກຫຼາຍຫົວຂໍ້ ແລະ ອອກເເບບຫຼັກສູດຝຶກອົບຮົມ ໃຫ້ແທດເໝາະກັບບໍລິສັດ ຫຼື ອົງກອນຂອງທ່ານ.
#edclao #training #ideas #ecommerce #digital
...
ການລົງເກັບກຳຂໍ້ມູນ ເພື່ອເສີມສ້າງຄວາມອາດສາມາດໃນການສ້າງແຜນທຸລະກິດທີ່ຍືນຍົງ
Data Collection: Capacity Building for Sustainable Business Plans
27 ມັງກອນ - 02 ກຸມພາ ເມືອງແປກ ແລະ ເມືອງຄູນ, ແຂວງຊຽງຂວາງ
ການລົງເກັບກຳຂໍ້ມູນ ສຳລັບການເສີມສ້າງຄວາມອາດສາມາດໃນການສ້າງແຜນທຸລະກິດທີ່ຍືນຍົງໃຫ້ກັບສູນຮຽນຮູ້ຜະລິດຕະພັນ ຊາ (ບ້ານໂພນ ແລະ ບ້ານຍອດປຽງ) ແລະ ກາເຟ (ບ້ານຕັນໃຕ້, ບ້ານປຽງ, ບ້ານອົ້ມ, ບ້ານຜັກຮີ້ງ, ບ້ານປຸງ)
——————————————————
ຄິດເຖິງການຝຶກອົບຮົມແບບມືອາຊີບ, ຄິດເຖິງ EDC
ພວກເຮົາ ຮັບຈັດຝຶກອົບຮົມຫຼາກຫຼາຍຫົວຂໍ້ ແລະ ອອກເເບບຫຼັກສູດຝຶກອົບຮົມ ໃຫ້ແທດເໝາະກັບບໍລິສັດ ຫຼື ອົງກອນຂອງທ່ານ.
#edclao...
ສະບາຍດີປີໃໝ່ລາວ
ຄະນະອໍານວຍການ ແລະ ພະນັກງານ EDC ໄດ້ພ້ອມພຽງກັນບາສີສູ່ຂວັນ ແລະ ສົມມາພາຍໃນ ເພື່ອກ້າວເຂົ້າສູ່ປີໃໝ່ລາວ ຈຸລະສັງກາດ 1387 ດ້ວຍຄວາມຜ່ອງໃສ ແລະ ເຕັມປ່ຽມດ້ວຍພະລັງ.
ໃນໂອກາດນີ້, EDC ຂໍອວຍພອນໄຊອັນປະເສີດມາຍັງບັນດາຄູ່ຮ່ວມງານ, ເພື່ອນຮ່ວມງານ ແລະ ທຸກໆທ່ານ ຈົ່ງປະສົບຜົນສຳເລັດ, ຂໍໃຫ້ທ່ານ ແລະ ຄົນທີ່ທ່ານຮັກ ຈົ່ງມີແຕ່ຄວາມສຸກ ຄວາມຈະເລີນ ສຸຂະພາບແຂງແຮງ ແລະ ໂຊກດີຕະຫຼອດປີ-ຕະຫຼອດໄປ.
...