Our Team | Enterprise & Development Consultants
293
page-template,page-template-full_width,page-template-full_width-php,page,page-id-293,translatepress-lo,ajax_fade,page_not_loaded,,qode-content-sidebar-responsive,qode-child-theme-ver-1.0.0,qode-theme-ver-17.0,qode-theme-bridge,disabled_footer_top,bridge-child,wpb-js-composer js-comp-ver-6.0.5,vc_responsive
 

ຄະນະຜູ້ບໍລິຫານ

ທິພາພອນ ເພັດມະນີ

ຜູ້ອຳນວຍການ ແລະ ທີ່ປືກສາ

ທ່ານ ນ. ທິພາພອນ ຜູ້ອໍານວຍການ EDC, ມີພື້ນຖານດ້ານສະຖາປັດຕະຍະກໍາ ແລະ ສຶກສາຈົບລະດັບປະລິນຍາໂທ ດ້ານການບໍລິຫານທຸລະກິດ ຈາກມະຫາວິທະຍາໄລ ຄວີນສ໌ແລນ, ປະເທດອົດສະຕຣາລີ. ຄວາມຮູ້ດ້ານວິຊາສະເພາະ ປະກອບດ້ວຍ: ການດໍາເນີນການຄົ້ນຄວ້າ, ການສຶກສາສໍາຫຼວດ, ພາວະຄວາມເປັນຜູ້ນໍາໃນອົງກອນ, ການວາງແຜນຍຸດທະສາດ ແລະ ນະໂຍບາຍເສດຖະກິດຈຸລະພາກ ແລະ ມະຫາພາກ. ພ້ອມນີ້, ທ່ານຍັງມີຄວາມຫ້າວຫັນ ໃນຂົງເຂດສັງຄົມ ແລະ ທຸລະກິດ ຮ່ວມກັບບັນດາອົງການຈັດຕັ້ງຕ່າງໆ ເຊັ່ນ: AusAid Alumni, US Alumni, ສະມາຄົມນັກທຸລະກິດໄວໜຸ່ມ ແລະ ສະມາຄົມນັກທຸລະກິດແມ່ຍິງ ອີກດ້ວຍ.

ສົມໃຈ ສຸລິທຳ

ຜູ້ຮ່ວມບໍລິຫານ ແລະ ທີ່ປືກສາ

ທ່ານ ນ. ສົມໃຈ (ຜູ້ຮ່ວມບໍລິຫານ) ຄືຜູ້ຊໍານານງານດ້ານການເສີມສ້າງຄວາມອາດສາມາດ-ຖ່າຍທອດຄວາມຮູ້, ທ່ານສຶກສາຈົບລະດັບປະລິຍາໂທ ດ້ານການບໍລິຫານທຸລະກິດ ຈາກມະຫາວິທະຍາໄລໂມນາຊ ປະເທດອົສະຕຣາລີ. ຄວາມຮູ້ດ້ານວິຊາສະເພາະ ແມ່ນນອນໃນຂົງເຂດການພັດທະນາອົງກອນ, ການບໍລິຫານຊັບພະຍາກອນມະນຸດ, ການວາງແຜນ ແລະ ປະເມີນຜົນໂຄງການ ໃຫ້ແກ່ລູກຄ້າ ທັງອົງກອນທຸລະກິດ ແລະ ອົງກອນທີ່ບໍ່ຫວັງຜົນກໍາໄລ ໃນການສົ່ງເສີມການພັດທະນາຊຸມຊົນ ແລະ ວິສາຫະກິດໃນເຂດຊົນນະບົດ. ພ້ອມນີ້ ທ່ານຍັງອອກແບບຫຼັກສູດ, ພັດທະນາຄູ່ມືຮັບໃຊ້ການຝຶກອົບຮົມ ແລະ ການອໍານວຍຄວາມສະດວກຕ່າງໆ.

ບົວໄຂ ພິມມະວົງ

ຜູ້ຮ່ວມບໍລິຫານ ແລະ ທີ່ປືກສາ

ທ່ານ ນ. ບົວໄຂ (ຜູ້ຮ່ວມບໍລິຫານ) ເປັນຜູ້ທີ່ມີຄວາມສາມາດຫຼາກຫຼາຍພາສາ, ທ່ານສຶກສາຈົບລະດັບປະລິນຍາໂທ ດ້ານການບໍລິຫານການພັດທະນາ ຈາກສະຖາບັນອາຊີ ເພື່ອການບໍລິຫານຄຸ້ມຄອງ, ນະຄອນຫຼວງມານິລາ, ປະເທດຟິລິບປີນ. ທ່ານມີຄວາມຊໍານານດ້ານການຄຸ້ມຄອງການເງິນ, ພ້ອມທັງເປັນວິທະຍາກອນ ແລະ ທີ່ປຶກສາ ດ້ານການປະກອບການທຸລະກິດ, ການລິເລີ່ມທຸລະກິດໃໝ່ (Business startups), ການພັດທະນາທຸລະກິດສ່ວນບຸກຄົນ, ການບໍລິຫານວົງຈອນໂຄງການ ແລະ ການອໍານວຍຄວາມສະດວກ ໃນວາລະພິທີຂະໜາດໃຫຍ່.

ໂທນ ບຸ້ງວັດທະນາ

ຜູ້ຮ່ວມບໍລິຫານ ແລະ ທີ່ປືກສາ

ທ່ານ ໂທນ (ຜູ້ຮ່ວມບໍລິຫານ) ຄືຜູ້ຊໍານານງານ ໃນຂະແໜງກະສິກໍາ, ທ່ານສຶກສາຈົບລະດັບປະລິນຍາໂທ ດ້ານການບໍລິຫານຄຸ້ມຄອງທຸລະກິດ, ລົງເລິກດ້ານການປະກອບການດ້ານທຸລະກິດ, ຈາກມະຫາວິທະຍາໄລ ວະເຊະດະ, ປະເທດຍີ່ປຸ່ນ. ທ່ານ ໂທນ ສຸມໃສ່ການພັດທະນາຜູ້ປະກອບການໄວໜຸ່ມ, ການບໍລິຫານທຸລະກິດ ແລະ ບົດຮຽນການປັບປຸງອົງກອນ ແບບຕໍ່ເນື່ອງ.

ວິໄຊ ໄຊຍະວົງສາ

ຜູ້ຮ່ວມບໍລິຫານ ແລະ ທີ່ປືກສາ

ທ່ານ ວິໄຊ (ຜູ້ຮ່ວມບໍລິຫານ) ຄືຜູ້ຊຳນານງານ ໃນຂະແໜງ ຂໍ້ມູນຂ່າວສານ ແລະ ເຕັກໂນໂລຢີ, ດ້ານວຽກງານຕົວຈິງແມ່ນລົງເລິກທາງດ້ານ ມີເດຍ, ພັດທະນາເວັບໄຊ, ວິເຄາະຂໍ້ມູນໃນວຽກງານການສຳຫຼວດ, ການພັດທະນາຊຸມຊົົນ ນອກນີ້ຍັງເປັນຄູຝຶກ ແລະ ທີ່ປຶກສາ ທາງດ້ານໄອຊີທີ ໃຫ້ກັບຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ຂະນ້ອຍກາງອີກດ້ວຍ.

ພົບກັບທີມງານ

ອາລຸນທອງ ຈັນທະລັງສີ - "ລຸນ"

ພະນັກງານບັນຊີຊຳນານງານ

ປັນຍາ ພຣະນະຄອນ - "ກັບໂກ້"

ທີ່ປຶກສາຊຳນານງານ ແລະ ວິທະຍາກອນ

ທິບພະສອນ ອິນທະຈັກ - "ເໝືອຍ"

ຜູ້​ຈັດ​ການ​ຫ້ອງ​ການ

ຈິດພິສອນ ພົມພິຈັກ - "ໜ່ອງ"

ພະນັກງານບັນຊີ

ສິລິສອນ ອິນທະວົງສອນ - "ນ້ອຍ"

ຜູ້ຊ່ວຍການເງິນ

ອາດິຕີ ເສຼສຖາ – “ອາດິຕີ”

ທີ່ປຶກສາຂັ້ນຕົ້ນ

ເຈັກ ຕ່າຍອຸໄລທອງ  – “ເຈັກ”

ຜູ້ຊ່ວຍການເງິນ

ພາພອນ ບຸນລືວີ - "ກ້ອນ"

ພະນັກງານຫ້ອງການ ແລະ ຜູ້ຊ່ວຍການຝຶກອົບຮົມ

ສີທະນົນໄຊ ຈັນມະນີວົງ - "ຈ່ອນ"

ທີ່ປຶກສາຂັ້ນຕົ້ນ ແລະ ວິທະຍາກອນ

ມຸກພະຈັນ ສີສຸວົງ - "ແມັກກີ້"

ທີ່ປຶກສາຂັ້ນຕົ້ນ ແລະ ວິທະຍາກອນ

ວິລະສັກ ໄຊຍະວົງ - "ແຈັກ"

ICT-Digital Media Consultant and Trainer

ພາລິດາ ດາລາວົງ - "ລູກປູ"

ພະນັກງານຫ້ອງການ ແລະ ຜູ້ຊ່ວຍການຝຶກອົບຮົມ

ເຮັດວຽກກັບພວກເຮົາ

ເປັນສ່ວນໜຶ່ງຂອງ EDC

loLao